ຍີ່ປຸ່ນປະກາດຊ່ວຍເຫຼືອຜູ້ສົ່ງອອກອາຫານທະເລ
ສຳນັກຂ່າວ ເອພີ ລາຍງານເມື່ອບໍ່ດົນມານີ້, ທ່ານ ຟູມິໂອະ ກິຊິດະ, ນາຍົກລັດຖະມົນຕີ ຍີ່ປຸ່ນ ປະກາດ ກອງທຶນສຸກເສີນຈຳນວນ 141 ລ້ານໂດ
ລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ສົ່ງອອກອາຫານທະເລ ທີ່ໄດ້ຮັບຜົນກະທົບຍ້ອນ ສປ ຈີນ ໂຈະການນຳເຂົ້າອາຫານທະເລ ຈາກຍີ່ປຸ່ນ, ຫຼັງຈາກປ່ອຍ
ນ້ຳປົນເປື້ອນກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວ ຈາກໂຮງໄຟຟ້າພະລັງງານນິວເຄລຍ ຟູກູຊິມະ ທີ່ເປ່ເພ ລົງສູ່ທະເລ, ອາດສ່ຽງມີສານ
ປົນເປື້ອນເຄມີຕິດຢູ່ໃນສັດນ້ຳທະເລ.
ການປ່ອຍນ້ຳເປື້ອນດັ່ງກ່າວ, ລົງສູ່ທະເລ ໃນວັນທີ 24 ສິງຫາ ຜ່ານມາ. ຄາດວ່າ, ຈະດຳເນີນປ່ອຍນ້ຳປົນເປື້ອນເປັນເວລາຫຼາຍປີຕໍ່ໜ້າຈຶ່ງສຳເລັດ.
ສະມາຄົມຊາວປະມົງຍີ່ປຸ່ນ ແລະ ບັນດາກຸ່ມປະເທດໃກ້ຄຽງມີການຕໍ່ຕ້ານຢ່າງແຂງຂັນຕໍ່ການປ່ອຍນ້ຳດັ່ງກ່າວນັ້ນ ແລະ ສປ ຈີນ ກໍໄດ້ຫ້າມທຸກການ
ນຳເຂົ້າອາຫານທະເລ ຈາກ ຍີ່ປຸ່ນ ທັງໝົດໃນທັນທີ. ຂະນະທີ່ ສປ ຈີນ ເປັນຕະຫຼາດຕ່າງປະເທດ ເພື່ອຈຳໜ່າຍອາຫານທະເລຂອງ ຍີ່ປຸ່ນ ໃຫຍ່ທີ່ສຸດ
ແລະ ການຫ້າມດັ່ງກ່າວກໍເປັນການສ້າງຄວາມເສຍຫາຍໃຫ້ແກ່ອຸດສາຫະກຳການປະມົງຍີ່ປຸ່ນຢ່າງຫຼວງຫຼາຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023